Historic State visit to Lao PDR of US President-ການຢ້ຽມຢາມ ສປປລາວ ແລະເຂົ້າຮ່ວມກອງປະຊຸມເອຊ້ຽນຄັ້ງທີ ໒໘-໒໙ ຄັ້ງປະຫວັດການຂອງປະທານສະຫະຣັດ

Historic State visit to Lao PDR of US President-ການຢ້ຽມຢາມ ສປປລາວ ແລະການເຂົ້າຮ່ວມກອງປະຊຸມເອຊ້ຽນຄັ້ງທີ ໒໘-໒໙ ຄັ້ງປະຫວັດການຂອງປະທານ ປະເທດສະຫະຣັດ,ການວິຈັຍ ແລະການອອກຄວາມຄີດຄວາມເຫັນຂອງຊາວລາວທົ່ວມຸມໂລກໃນເຫດການຄັ້ງນີ້ :

໑.ຖິ່ນລາວ

໒.ແຜ່ນດີນແມ່

໓.ໄກບ້ານ

໔.ລູກລາວຫລານລາວ

໕.Laos anywhere

໖.ແຜ່ນດີນແມ່

໗.ຍີງລາວ

໘.ຖິ່ນລາວ

໙.ນໍ້າໃຈໂອເຄ

໑໐.ເກັ່ງກາງດົງ

໑໑.OnMyWay

໑໒.ແຜ່ນດີນແມ່

໑໓.ຖິ່ນລາວ

໑໔.ແຜ່ນດີນແມ່

໑໕.ຖິ່ນລາວ(ພິເສດ)

*ຖະແຫລງການຮ່ວມລະຫວ່າງສປປລາວ ແລະສະຫະລັດອາເມລິກາກວມເອົາ 20 ບັນຫາ

1. ເນື່ອງໃນໂອກາດ ການຢ້ຽມຢາມຄັ້ງປະຫວັດສາດ ຢູ່ ສປປລາວ, ປະທານາທິບໍດີບາຣັກໂອບາມາ ແລະປະທານປະເທດ ບຸນຍັງ ວໍລະຈິດ ໄດ້ພົບປະກັນໃນມື້ນີ້ ຢູ່ທີ່ນະຄອນຫລວງວຽງຈັນ, ຊຶ່ງຜູ້ນຳທັງສອງໄດ້ພ້ອມກັນຖະແຫລງຢ່າງເປັນທາງການ ກ່ຽວກັບການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງສປປລາວແລະ ສະຫະລັດອາເມລິກາ. ຜ່ານການເປັນຄູ່ຮ່ວມແບບກວມລວມດັ່ງກ່າວ, ສປປລາວ ແລະ ສະຫະລັດອາເມລິກາໄດ້ພ້ອມກັນໄຂສັງກາດໃໝ່ ໃນການພົວພັນສອງຝ່າຍບົນພື້ນຖານຂອງການເຄົາລົບນັບຖືຊຶ່ງກັນແລະ ກັນ, ມີຜົນປະໂຫຍດຮ່ວມກັນ ແລະ ຄວາມມຸ້ງມາດປາດຖະໜາຮໍາບາດແຜທີ່ມີມາໃນອະດີດ ແລະສ້າງພື້ນຖານສຳລັບອະນາຄົດ.

2. ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະທານາທິບໍດີບາຣັກໂອບາມາ ໄດ້ພ້ອມກັນເຫັນດີສ້າງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງສປປລາວ ແລະສະຫະລັດອາເມລິກາ ເພື່ອເສີມຂະຫຍາຍການພົວພັນ. ຜູ້ນຳທັງສອງ ໄດ້ຢືນຢັນຫລັກການຂອງການເປັນຄູ່ຮ່ວມມືແບບກວມລວມ ທີ່ກວມເອົາ ການເຄົາລົບນັບຖືກົດບັດສະຫະປະຊາຊາດ, ກົດໝາຍລະຫວ່າງຊາດ ແລະ ການເຄົາລົບຕໍ່ລະບອບການເມືອງ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ. ຜູ້ນຳທັງສອງໄດ້ຖະແຫລງວ່າການເປັນຄູ່ຮ່ວມມືແບບກວມລວມ ແມ່ນແນໃສ່ປະກອບສ່ວນສ້າງສັນຕິພາບ, ສະຖຽງລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຢູ່ໃນປະເທດທັງສອງ, ຢູ່ໃນພາກພື້ນ ແລະ ໃນໂລກ. ການເປັນຄູ່ຮ່ວມມືແບບກວມລວມດັ່ງກ່າວ ຈະເປັນກົນໄກສຳລັບການຮ່ວມມືຢູ່ໃນດ້ານຕ່າງໆເຊັ່ນ: ການພົວພັນທາງດ້ານການເມືອງແລະການທູດ, ການພົວພັນດ້ານເສດຖະກິດ ແລະ ການຄ້າ, ວິທະຍາສາດແລະເຕັກໂນໂລຊີ, ການສຶກສາ ແລະການຝຶກອົບຮົມ, ການຮັກສາສະພາບແວດລ້ອມ, ສາທາລະນະສຸກ, ການຮ່ວມມືທາງດ້ານມະນຸດສະທຳ, ການແກ້ໄຂບັນຫາທີ່ຕົກຄ້າງມາຈາກສົງຄາມ, ຄວາມໝັ້ນຄົງ, ການປົກປ້ອງແລະສົ່ງເສີມສິດທິມະນຸດ ແລະ ການພົວພັນລະຫວ່າງປະຊາຊົນ-ປະຊາຊົນ.

ການຮ່ວມມືທາງດ້ານການເມືອງແລະການທູດ
3. ໃນນາມເປັນພາກສ່ວນໜຶ່ງຂອງການເປັນຄູ່ຮ່ວມແບບກວມລວມ, ທັງສອງຝ່າຍໄດ້ມຸ່ງໝັ້ນທີ່ຈະເພີ້ມທະວີການແລກປ່ຽນການຢ້ຽມຢາມໃນລະດັບສູງ,ໄປພ້ອມກັບມີການຕິດຕໍ່ພົວພັນກັນໃນທຸກລະດັບເພື່ອເພີ້ມທະວີການປຶກສາຫາລື ແລະ ກົນໄກຂອງການຮ່ວມມືກັນ. ປະທານາທິບໍດີໂອບາມາໄດ້ຢືນຢັນເຖິງການຄ້ຳປະກັນຂອງສະຫະລັດອາເມລິກາ ໃຫ້ແກ່ເອກະລາດ, ອະທິປະໄຕ, ຄວາມວັດທະນາຖາວອນ ແລະການເຊື່ອມໂຍງເຂົ້າຢູ່ໃນປະຊາຄົມສາກົນຂອງສປປລາວ. ປະທານປະເທດ ບຸນຍັງ ວໍລະຈິດ ສະແດງຄວາມຍິນດີຕໍ່ການເພີ້ມທະວີການໃຫ້ຄວາມຮ່ວມມືຂອງສະຫະລັດອາເມລິກາ ຢູ່ໃນພາກພື້ນອາຊີ-ປາຊີຟິກຊຶ່ງເປັນການປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ໃນພາກພື້ນນີ້.

4. ຜູ້ນຳທັງສອງໄດ້ສະແດງຄວາມຍິນດີຕໍ່ການດຳເນີນການປຶກສາຫາລືເປັນລະບົບປົກກະຕິລະຫວ່າງກະຊວງການຕ່າງປະເທດຂອງທັງສອງປະເທດ, ການຊຸກຍູ້ການປຶກສາຫາລື ແລະ ການພົວພັນແລກປ່ຽນລະຫວ່າງບັນດາສະຖາບັນລວມທັງພັກການເມືອງຂອງທັງສອງປະເທດ.

5. ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະທານາທິບໍດີໂອບາມາ ໄດ້ຕົກລົງທີ່ຈະເພີ້ມທະວີການຮ່ວມມືກັນໃນເວທີພາກພື້ນ ແລະສາກົນ, ນັບທັງປະຊາຄົມອາຊຽນ, ເວທີປຶກສາຫາລືຂັ້ນພາກພື້ນຂອງອາຊຽນ (ARF), ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ (ADMM+) ເພື່ອການຄໍ້າປະກັນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ໃນພາກພື້ນອາຊີ-ປາຊີຟິກ. ທັງສອງຜູ້ນຳໄດ້ຢືນຢັນການສະໜັບສະໜູນຂອງຕົນເພື່ອການແກ້ໄຂຄວາມຂັດແຍ່ງຕ່າງໆໂດຍສັນຕິວິທີ ທີ່ສອດຄ່ອງກັບກົດໝາຍລະຫວ່າງຊາດ. ທັງສອງຜູ້ນຳຍັງໄດ້ຢືນຢັນການສະໜັບສະໜູນຂອງຕົນຕໍ່ຫລັກການ ບໍ່ນຳໃຊ້ການຂົ່ມຂູ່ ຫລື ບໍ່ນຳໃຊ້ກຳລັງໃນການແກ້ໄຂບັນຫາຂໍ້ຂັດແຍ່ງໃດໆ.

6. ທັງສອງຜູ້ນຳສະແດງຄວາມຍິນດີຕໍ່ຄວາມກ້າວໜ້າ ຂອງໂຄງການລິເລີ່ມແມ່ນ້ຳຂອງຕອນລຸ່ມ(LMI) ແລະ ຂໍ້ລິເລີ່ມຂອງເພື່ອນປະເທດລຸ່ມແມ່ນໍ້າຂອງ (FLM) ໃນປີທີ່ຜ່ານມາ. ພ້ອມກັນນັ້ນ, ຜູ້ນໍາທັງສອງ ຍັງໄດ້ຢືນຢັນຄໍາໝັ້ນສັນຍາໃນການເຮັດວຽກຮ່ວມກັນຢ່າງໃກ້ຊິດ, ຮ່ວມກັນກັບບັນດາປະເທດສະມາຊິກໂຄງການLMI ແລະ FLM,ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃນການຮ່ວມມື ໂດຍຜ່ານການຈັດຕັ້ງປະຕິບັດແຜນງານສຳລັບໄລຍະ 2016-2020 ແລະ ການຮ່ວມມືກັນສ້າງພື້ນຖານໂຄງລ່າງແບບຍືນຍົງ, ເພື່ອເສີມຂະຫຍາຍການເຊື່ອມຈອດໃນພາກພື້ນ, ລວມທັງສົ່ງເສີມການຫລຸດຜ່ອນຄວາມແຕກໂຕນທາງດ້ານການພັດທະນາລະຫວ່າງປະເທດສະມາຊິກດ້ວຍກັນ ແລະ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນໃນພາກພື້ນແມ່ນໍ້າຂອງ.

ບັນຫາຕົກຄ້າງຈາກສົງຄາມ
7. ປະທານປະເທດ ບຸນຍັງວໍລະຈິດ ແລະ ປະທານາທິບໍດີໂອບາມາໄດ້ຢືນຢັນການຮ່ວມມືທີ່ມີການຂະຫຍາຍ ຕົວໃນການແກ້ໄຂບັນຫາທີ່ຕົກຄ້າງຈາກສົງຄາມ ເພື່ອແນໃສ່ເພີ້ມທະວີຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນທີ່ຈະເອື້ອອຳນວຍໃຫ້ທັງສອງປະເທດເສີມຂະຫຍາຍສາຍພົວພັນໃນອະນາຄົດ. ປະທານາທິບໍດີໂອບາມາໄດ້ຖະແຫລງທີ່ຈະເພີ້ມການຊ່ວຍເຫລືອໃຫ້ແກ່ສປປລາວຈຳນວນ 90 ລ້ານໂດລາສະຫະລັດໃນໄລຍະ 3 ປີຕໍ່ໜ້າສຳລັບວຽກງານການສຳຫລວດກ່ຽວກັບລະເບີດບໍ່ທັນແຕກໃນຂອບເຂດທົ່ວປະເທດ ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະຊ່ວຍເຫລືອແກ້ໄຂຜົນກະທົບ ທີ່ເກີດຈາກການເກັບກູ້ລະເບີດໃນສປປ ລາວ. ປະທານປະເທດບຸນຍັງວໍລະຈິດ ສະແດງຄວາມຍິນດີຕໍ່ຄວາມມຸ້ງໝາຍຂອງສະຫະລັດອາເມລິກາ ທີ່ຈະສືບຕໍ່ຊ່ວຍເຫລືອວຽກງານເກັບກູ້ລະເບີດບໍ່ທັນແຕກ, ຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ, ປ້ອງກັນໄພຈາກລະເບີດທີ່ບໍ່ທັນແຕກໃນອະນາຄົດ ແລະ ເພີ່ມທະວີການພັດທະນາບຸກຄະລາກອນແຫ່ງຊາດເພື່ອຮັບປະກັນຄວາມຍືນຍົງຂອງວຽກງານນີ້.

ການຮ່ວມມືທາງດ້ານມະນຸດສະທຳ
8. ປະທານາທິບໍດີໂອບາມາ ໄດ້ຕີລາຄາສູງຕໍ່ການສືບຕໍ່ໃຫ້ຄວາມຮ່ວມມືຂອງສປປ ລາວ ໃນວຽກງານຊອກຫາຜູ້ສູນຫາຍໃນປາງສົງຄາມ, ລວມທັງບາດກ້າວຄືບໜ້າໃນການເພີ້ມປະສິດທິຜົນ ຂອງຄວາມພະຍາຍາມໃນການຄົ້ນຫາຮ່ວມກັນ. ທັງສອງຝ່າຍຈະສືບຕໍ່ດຳເນີນການພົບປະກັນສອງຄັ້ງຕໍ່ປີ ເພື່ອຫາລືທາງດ້ານວິຊາການໃນການວາງແຜນລົງປະຕິບັດງານ ແລະໃນການອອກແຮງເພື່ອເຮັດສຳເລັດວຽກງານດັ່ງກ່າວຢ່າງວ່ອງໄວ ແລະ ມີປະສິດທິຜົນ.
ການພົວພັນດ້ານເສດຖະກິດແລະການຄ້

9. ປະທານປະເທດ ບຸນຍັງວໍລະຈິດ ແລະ ປະທານາທິບໍດີໂອບາມາ ສະແດງຄວາມຍິນດີຕໍ່ການລົງນາມເມື່ອຕົ້ນປີນີ້ໃນສັນຍາຂອບວ່າດ້ວຍການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ສັນຍາດັ່ງກ່າວຈະເປັນການສືບຕໍ່ເພີ້ມທະວີການພົວພັນທາງດ້ານການຄ້າ ແລະ ປະກອບເປັນພື້ນຖານໃຫ້ແກ່ການເປີດກວ້າງການພົວພັນທາງດ້ານການຄ້າລະຫວ່າງສອງຊາດ.

10. ທັງສອງຜູ້ນຳໄດ້ຮັບຮູ້ເຖິງຄວາມສຳຄັນ ຂອງການປົກປ້ອງປະຊາກອນ ທີ່ຍັງມີຄວາມຫຍຸ້ງຍາກຂາດເຂີນໄປຄຽງຄູ່ກັບການສືບຕໍ່ພັດທະນາທາງດ້ານເສດຖະກິດ, ການຄ້ຳປະກັນມາດຕະຖານແຮງງານສາກົນພ້ອມທັງຮ່ວມມືກັນໃນການປາບປາມການໃຊ້ແຮງງານເດັກ, ການໃຊ້ແຮງງານແບບບັງຄັບ ແລະ ການຄ້າມະນຸດ.

11. ປະທານາທິບໍດີ ໂອບາມາ ໄດ້ສະແດງຄວາມຍິນດີ ຕໍ່ຄຳຢືນຢັນ ຂອງ ປະທານປະເທດ ບຸນຍັງວໍລະຈິດໃນການສືບຕໍ່ປະຕິບັດເພື່ອຄໍ້າປະກັນມາດຖານແຮງງານສາກົນ ທີ່ຈະກ້າວສູ່ການອະນຸມັດ ໂດຍສະຫະລັດ ອາເມລິກາ ກ່ຽວກັບສິດພິເສດ ທາງດ້ານການຄ້າໃຫ້ແກ່ ສປປ ລາວ.

ການຮ່ວມມືດ້ານການສຶກສາ

12. ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະທານາທິບໍດີໂອບາມາ ໄດ້ຢືນຢັນກ່ຽວກັບຄວາມຕ້ອງການໃນການເພີ້ມທະວີການພົວພັນຮ່ວມມືໃນດ້ານການສຶກສາ, ວັດທະນະທຳ ແລະ ສາຍພົວພັນ ລະຫວ່າງປະຊາຊົນຂອງສປປລາວ ແລະ ສະຫະລັດອາເມລິກາ. ປະທານາທິບໍດີໂອບາມາ ໄດ້ປະກາດຂໍ້ລິເລີ້ມໂຄງການການສຶກສາຂັ້ນພື້ນຖານ, ຊຶ່ງກວມເອົາການຮຽນອ່ານໃນຊັ້ນປະຖົມຂັ້ນຕົ້ນ ແລະ ສປປລາວ ຈະເປັນປະເທດໄດ້ຮັບທຶນການສຶກສາ ຈາກລັດຖະບານອາເມລິກາ ສຳລັບໂຄງການໃຫ້ເດັກຍິງໄດ້ເຂົ້າຮັບການສຶກສາ. ທັງສອງຜູ້ນຳໄດ້ສະແດງຄວາມຍິນດີກ່ຽວກັບຜົນໃນທາງບວກ ຂອງໂຄງການອາຫານສຳ ລັບໂຮງຮຽນ ຊຶ່ງລັດຖະບານອາເມລິກາ ພວມມີການສະໜອງການຊ່ວຍເຫລືອໃນມູນຄ່າ 27 ລ້ານໂດລາໃນໄລຍະ 5 ປີ. ທັງສອງຜູ້ນຳໄດ້ໃຫ້ການສັງເກດຕີລາຄາ ກ່ຽວກັບການເພີ້ມຂຶ້ນຢ່າງໄວວາຂອງໂຄງການອົບຮົມພາສາອັງກິດຢູ່ ສປປ ລາວ ແລະຢືນຢັນວ່າການຮ່ວມມືຢ່າງໃກ້ຊິດໃນຂົງເຂດການສຶກສາ ແລະການຝຶກອົບຮົມຈະເປັນອົງປະກອບທີ່ສຳຄັນ ຂອງການພົວພັນຮ່ວມມືໃນຂັ້ນຕໍ່ໄປ. ຜູ້ນຳທັງສອງໄດ້ເນັ້ນ ໜັກວ່າການສອນພາສາອັງກິດແບບເລັ່ງລັດ ຈະຊ່ວຍປະກອບສ່ວນໃຫ້ ສປປ ລາວ ສາມາດຮ່ວມມືກັບບັນດາປະເທດໃນກຸ່ມອາຊຽນໄດ້ສະດວກຂຶ້ນ ໃນການພັດທະນາທາງດ້ານການສຶກສາ, ວັດທະນະທຳແລະສັງຄົມ ພ້ອມທັງມີຄວາມອາດສາມາດໃນການແຂ່ງຂັນ ໃນເສດຖະກິດຂອງໂລກຢູ່ໃນສະຕະວັດທີ 21. ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະທານາທິບໍດີໂອບາມາໄດ້ຕີລາຄາຜົນສຳເລັດຂອງຂໍ້ລິເລີ່ມໃນການແລກປ່ຽນທາງດ້ານການສຶກສາ ລະຫວ່າງສອງຝ່າຍ, ສະເພາະແລ້ວແມ່ນໂຄງການຟູນບະໄຣ (Fulbright). ທັງສອງຜູ້ນຳ ໄດ້ຍົກໃຫ້ເຫັນເຖິງຄວາມຕ້ອງການທີ່ຈະສືບຕໍ່ການສົນທະນາກ່ຽວກັບໂຄງ ການອາສາສະໝັກ Peace Corps ຢູ່ ລາວ.

ສາທາລະນະສຸກແລະໂພຊະນາການ
13. ຜູ້ນຳທັງສອງ ໄດ້ສະແດງຄວາມຍິນດີຕໍ່ການສ້າງຕັ້ງສະຖາບັນໂພຊະນາການ ລາວ-ອາເມລິກາ ທີ່ສອດຄ່ອງກັບຄວາມພະຍາຍາມຂອງສປປ ລາວ ໃນການບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງແລະ ເປັນການຮັບປະກັນໃຫ້ເດັກນ້ອຍລາວ ໄດ້ຮັບການສະໜອງທາງດ້ານໂພຊະນາການທີ່ຕ້ອງການສຳລັບການເຕີບໃຫຍ່ຂອງເດັກຢ່າງມີສຸຂະພາບສົມບູນດີ. ຜູ້ນຳທັງສອງຍັງໄດ້ເນັ້ນເຖິງໂຄງການໃນໄລຍະສາມປີຕໍ່ໜ້າຂອງອົງການຢູເສດ (USAID) ໃນມູນຄ່າ 6 ລ້ານໂດລາ ທີ່ຈະຊຸກຍູ້ໃຫ້ແກ່ໂຄງການອະນາໄມຂອງຊຸມຊົນ ແລະ ສະບຽງອາຫານສຳລັບແມ່ ແລະ ເດັກ ຢູ່ໃນຕົວເມືອງກຸ່ມເປົ້າໝາຍໂດຍສອດຄ່ອງກັບແຜນດຳເນີນງານ ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ. ປະທານາທິບໍດີໂອບາມາ ຢືນຢັນເຖິງຄວາມມຸ້ງໝັ້ນຂອງສະຫະລັດອາເມລິກາ ທີ່ຈະສຶບຕໍ່ສະໜອງການຊ່ວຍເຫລືອໃນດ້ານການປິ່ນປົວທາງການແພດ ແລະ ການເບິ່ງແຍງອື່ນໆສຳລັບຄົນພິການໂດຍບໍ່ຂຶ້ນກັບວ່າມີສາເຫດມາຈາກອັນໃດ. ປະທານປະເທດ ບຸນຍັງວໍລະຈິດ ໄດ້ຕີລາຄາສູງຕໍ່ການສືບຕໍ່ສະໜັບສະໜູນຂອງລັດຖະບານສະຫະລັດອາເມລິກາໂດຍຜ່ານແຜນງານສຸກເສີນສຳລັບການປິ່ນປົວໂລກເອດສ໌ ສຳລັບຄວາມພະຍາຍາມຂອງສປປລາວ ໃນການສ້າງລະບົບປ້ອງກັນ ແລະ ປິ່ນປົວໂລກເອດສ໌ແບບຍືນຍົງ.

14. ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະທານາທິບໍດີໂອບາມາ ມີຄວາມມຸ່ງໝັ້ນທີ່ຈະຮ່ວມກັນສ້າງຄວາມກ້າວໜ້າ ໃນດ້ານຄວາມໝັ້ນຄົງທາງດ້ານສາທາລະນະສຸກໂລກ (GHSA), ນັບທັງການສະໜັບສະໜູນຢ່າງເປັນທາງການໂດຍຜ່ານການຮ່ວມມືສອງຝ່າຍ ເພື່ອພັດທະນາແຜນການ 5 ປີໃນການກະຕຸກຊຸກຍູ້ຄວາມອາດສາມາດຂອງສປປລາວ, ໃນການປ້ອງກັນ, ການກວດພົບແລະ ການຮັບມືຕໍ່ໄພຂົ່ມຂູ່ທາງຊີວະພາບ ແລະ ໃນການປະຕິບັດອີງຕາມລະບຽບການສາທາລະນະສຸກ ສາກົນ. ໃນຖານະເປັນສ່ວນໜຶ່ງຂອງຄວາມມຸ້ງໝາຍດັ່ງກ່າວ, ສປປລາວ ຈະເຂົ້າເປັນສະມາຊິກເຄືອຂ່າຍສ້າງຄວາມໝັ້ນຄົງດ້ານສາທາ ລະນະສຸກໂລກ (GHSA) ໃນປີ 2016, ເພື່ອຈະໄດ້ມີການເຜີຍແຜ່ກ່ຽວກັບການປະເມີນຜົນ ໃນດ້ານຄວາມອາດສາມາດແຫ່ງຊາດ. ສະຫະລັດອາເມລິກາ ຫາກໍ່ໄດ້ເຮັດການເຜີຍແຜ່ກ່ຽວກັບການປະເມີນຜົນດັ່ງກ່າວເມື່ອບໍ່ດົນມານີ້.

ການຮັກສາສິ່ງແວດລ້ອມ
15. ປະທານປະເທດ ບຸນຍັງ ວໍລະຈິດແລະ ປະທານາທິບໍດີໂອບາມາ ຢືນຢັນວ່າ ຈະໃຫ້ຄວາມສຳຄັນໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ໄດ້ຕົກລົງສະໜັບສະໜູນການປະຕິບັດງານໃຫ້ມີປະສິດທິພາບແລະໃຫ້ສອດຄ່ອງກັບຂໍ້ຕົກລົງປາຣີ. ພາຍຫລັງທີ່ສະຫະລັດອາເມລິກາ ໄດ້ໃຫ້ສັດຕະຍາບັນ ຕໍ່ຂໍ້ຕົກລົງປາຣີ, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຖະແຫລງວ່າ ສປປ ລາວ ໄດ້ສຳເລັດຂັ້ນຕອນຢູ່ພາຍໃນ ສຳລັບການໃຫ້ສັດຕະຍາບັນ ແລະ ການເຂົ້າຮ່ວມໃນຂໍ້ຕົກລົງດັ່ງກ່າວພາຍໃນປີນີ້. ທັງສອງຜູ້ນຳ ຮຽກຮ້ອງໃຫ້ທຸກໆປະເທດສະໜັບສະໜູນ ໃຫ້ຂໍ້ຕົກລົງດັ່ງກ່າວມີຜົນສັກສິດພາຍໃນປີ 2016 ນີ້. ຜູ້ນຳທັງສອງມີຄວາມມຸ່ງໝັ້ນ ທີ່ຈະຮັບຮອງອະນຸສັນຍາ Montreal ເພື່ອມາດຕະການຫລຸດພາວະໂລກຮ້ອນທີ່ໄດ້ມີການປັບປຸງແກ້ໄຂໃນປີ 2016 ແລະ ສະໜັບສະໜູນການຮັບຮອງເອົາມາດຕະການທີ່ຈະວາງອອກ ໂດຍອົງການການບິນພົນລະເຮືອນສາກົນ ເພື່ອເລີ່ມປະຕິບັດແຕ່ປີ 2020.
16. ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະທານາທິບໍດີໂອບາມາ ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືກັນທີ່ເພີ້ມຂຶ້ນ ລະຫວ່າງສອງຝ່າຍເພື່ອຊຸກຍູ້ໃຫ້ແກ່ການພັດທະນາແຫລ່ງໄຟຟ້ານໍ້າຕົກ ຢ່າງມີຄວາມຮັບຜິດຊອບ, ການພັດທະນາປ່າໄມ້ແບບຍືນຍົງ ເຊັ່ນດຽວກັນກັບການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຮັບມືກັບໄພພິບັດທຳມະຊາດ. ທັງສອງປະເທດຢືນຢັນທີ່ຈະສົ່ງເສີມຊ່ອງທາງໄປສູ່ການຫລຸດພາວະໂລກຮ້ອນ, ລວມທັງການສົ່ງເສີມການນຳໃຊ້ແຫລ່ງພະລັງງານສະອາດທີ່ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສະພາບດິນຟ້າອາກາດ.
17. ຜູ້ນຳທັງສອງຍັງໄດ້ຕົກລົງ ທີ່ຈະຮ່ວມມືກັນຮ່ວມກັບບັນດາເພື່ອນຂອງປະເທດລຸ່ມແມ່ນໍ້າຂອງ(LMI) ເພື່ອສົ່ງເສີມການຄົ້ນຄວ້າວິທະຍາສາດ, ການເພີ້ມທະວີຂີດຄວາມສາມາດ, ການລົງທຶນແລະ ການປຶກສາຫາລືເພື່ອຄ້ຳປະກັນໃຫ້ແກ່ການພັດທະນາທີ່ຍືນຍົງຂອງແມ່ນ້ຳຂອງ. ທັງສອງຜູ້ນຳຍັງໄດ້ຢືນຢັນທີ່ຈະເພີ່ມທະວີການຮ່ວມມືກັນເພື່ອຫລຸດຜ່ອນ ການລັກລອບຄ້າຂາຍສັດປ່າທີ່ຜິດກົດໝາຍ ແລະ ອາຊະຍາກຳຕໍ່ສິ່ງແວດລ້ອມ ໂດຍສອດຄ່ອງກັບສົນທິສັນຍາສາກົນ ວ່າດ້ວຍການຫ້າມຄ້າຂາຍຊະນິດພັນສັດປ່າ ແລະ ພືດທີ່ໃກ້ຈະສູນພັນ (CITES).

ຄວາມໜັ້ນຄົງ
18. ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະທານາທິບໍດີໂອບາມາ ໄດ້ຢືນຢັນວ່າສປປລາວ ແລະສະຫະລັດອາເມລິກາ ຈະສືບຕໍ່ຮ່ວມມືກັນໃນດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໂດຍຜ່ານກົນໄກການປຶກສາຫາລືໃນດ້ານການປ້ອງກັນຊາດສອງຝ່າຍໃນແຕ່ລະປີ, ໂດຍສົມທົບກັບການພົບປະຫາລືທາງດ້ານວິຊາການ. ຜູ້ນຳທັງສອງຕົກລົງທີ່ຈະຂະຫຍາຍການຮ່ວມມືທີ່ມີຜົນ ຊຶ່ງກັນ ແລະ ກັນເພື່ອເພີ້ມທະວີຄວາມອາດສາມາດໃນວຽກງານເກັບກູ້ລະເບີດ, ການຕອບໂຕ້ ແລະ ຊ່ວຍເຫລືອກູ້ໄພຈາກໄພພິບັດ. ທັງສອງຝ່າຍຍັງໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການເພີ້ມທະວີການຮ່ວມມືແບບພິເສດ (ທີ່ບໍ່ເປັນປະເພນີ) ໃນດ້ານການປ້ອງກັນຄວາມສະຫງົບ ແລະ ຕົກລົງທີ່ຈະເຮັດວຽກນຳກັນຢ່າງໃກ້ຊິດໃນການຕ້ານການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ນັບທັງການປາບປາມຢາເສບຕິດ, ການຄ້າມະນຸດແລະ ພ້ອມທັງການປ້ອງກັນອາຊະຍາກຳດ້ານເຕັກໂນໂລຊີລະດັບສູງ ແລະ ທາງອິນເຕີເນັດ.

ການປົກປ້ອງແລະສົ່ງເສີມສິດທິມະນຸດ

19. ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະທານາທິບໍດີໂອບາມາໄດ້ໃຫ້ການສັງເກດຕີລາຄາຜົນປະໂຫຍດຂອງການດຳເນີນການປຶກສາຫາລືຢ່າງຈິງຈັງ ແລະ ເປີດອົກເປີດໃຈທີ່ແນໃສ່ເພີ້ມທະວີຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນພ້ອມທັງຫລຸດຜ່ອນຄວາມແຕກຕ່າງ ໃນດ້ານຄຳເຫັນກ່ຽວກັບສິດທິມະນຸດ. ທັງສອງຜູ້ນຳ ໄດ້ເນັ້ນເຖິງຄວາມສຳຄັນຂອງການປົກປ້ອງ ແລະ ສົ່ງເສີມດ້ານສິດທິມະນຸດ, ການປົກຄອງດ້ວຍກົດໝາຍ ແລະ ສິດທິຂອງຜູ້ເຊື່ອຖືທາງສາສະໜາ.ໃນຂອບຂອງວຽກງານດັ່ງກ່າວນີ້,ປະທານາທິບໍດີໂອບາມາໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງບົດບາດອັນຈຳເປັນຂອງ ສັງຄົມພົນລະເຮືອນ. ທັງສອງຝ່າຍຢືນຢັນເຖິງຄວາມມຸ້ງໝາຍ ເພື່ອປະຕິບັດຕາມກົດບັດຂອງສະຫະປະຊາຊາດແລະຖະແຫລງການສາກົນວ່າດ້ວຍສິດທິມະນຸດ. ສປປ ລາວ ແລະ ສະຫະລັດ ອາເມລິກາ ຍັງໄດ້ຢືນຢັນການຈັດໃຫ້ມີການພົບປະຫາລືບໍ່ເປັນທາງການໃນດ້ານສິດທິມະນຸດ ເຂົ້າໃນການປຶກສາຫາລືຮອບດ້ານລະຫວ່າງສອງຝ່າຍ ໃນແຕ່ລະປີ.

ການພົວພັນລະຫວ່າງປະຊາຊົນດ້ວຍກັນ
20. ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະທານາທິບໍດີໂອບາມາໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການເພີ້ມທະວີການຮ່ວມມື ໂດຍຜ່ານການສົ່ງເສີມສາຍພົວພັນ ລະຫວ່າງ ປະຊາຊົນດ້ວຍກັນ. ທັງສອງຜູ້ນຳໄດ້ຕີລາຄາຜົນຂອງການປະກອບສ່ວນໃນທາງບວກ ຂອງປະຊາຊົນສປປ ລາວ ແລະ ສະຫະລັດອາເມລິກາ, ນັບທັງຂອງຊຸມຊົນຊາວອາເມລິກາເຊື້ອຊາດລາວ, ໃນການເສີມຂະຫຍາຍການພົວພັນສອງຝ່າຍ. ຜູ້ນຳທັງສອງໄດ້ຊຸກຍູ້ສົ່ງເສີມ ໃຫ້ມີການພົວພັນແລກປ່ຽນເພີ່ມຂຶ້ນ ລະຫວ່າງປະຊາຊົນຂອງສອງປະເທດ ທີ່ແນໃສ່ການແກ້ໄຂສິ່ງທ້າທາຍຕ່າງໆຂອງໂລກ, ສະເພາະແລ້ວແມ່ນການສົ່ງເສີມການນຳພາ ແລະ ການປະກອບການຂອງຊາວໜຸ່ມ.

ຂໍ້ມູນຈາກ:ສໍານັກຂ່າວສານປະເທດລາວ