“ຄຮີບການປົກຄອງຂອງຄນະຜູ້ນຳຜະເດັດການພັກລັດແຫ່ງສສປລາວຫຼັງຈາກການຍຶດອຳນາດ ໑໙໗໕ “

-ຄົນລາວຕ້ອງຕື່ນຕົວ ແລະປຸກຄົນອື່ນຕໍ່-ຄົນລາວບາງຄົນຢາກຄິດວ່າພວກເຂົາຮູ້ທຸກຢ່າງ(ເພາະວ່າພວກເຂົາຟັງພັກລັດ/ແກວ) ແຕ່ພວກເຂົາບໍ່ເຄີຍຄົ້ນຄວ້າດ້ວຍຕົວເອງ-ລະບົບທີ່ພວກເຮົາມີຢູ່ໃນປະເທດລາວບໍ່ແມ່ນຄອມມິວນິດ ຄົນລາວສ່ວນໃຫຍ່ບໍ່ຮອດຮູ້ວ່າຄອມມິວນິດແມ່ນຫຍັງ(ລວມທັງສະມາຊິກຂອງພັກລັດ)-ລະບົບທີ່ພວກເຮົາມີຢູ່ລາວແມ່ນລະບົບແກວທີ່ຕັ້ງໂດຍຫວຽດເພື່ອຜົນປະໂຫຍດຂອງຫວຽດນາມ-ມັນຕ້ອງສ້າງປະຫວັດສາດປອມເພື່ອເຮັດໃຫ້ຄົນລາວຍອມຮັບມັນເປັນນາຍເໜືອຫົວ ແລະເຮັດໃຫ້ຄົນລາວຜິດຖຽງກັນ ແລະເຮັດໃຫ້ຕົວເຮົາເອງອ່ອນແອ-ໃນອະດີດລາວຄອມມູນິດໄດ້ຫັກຫລັງລັດຖະບານລາວເກົ່າ ແລະຫວຽດນາມກໍ່ຫັກຫລັງລາວຄອມມູນິດຕໍ່ນັ້ນ -ຖ້າຫວຽດນາມປ່ອຍໃຫ້ຄອມມິວນິດລາວປົກຄອງລາວຕາມທີ່ພວກເຂົາໄດ້ສັນຍາໄວ້ໃນອະດີດ ບາງທີພັກລັດຈະບໍ່ໂຫດຮ້າຍຕໍ່ປະເທດລາວແບບນີ້ ພວກເຮົາຈະບໍ່ຮູ້-ແຕ່ວຽດນາມຫລອກໃຊ້ຄອມມິວນິດລາວແລະຍຶດອຳນາດໃຫ້ວຽດນາມໃນປີ 1975-ນີ້ແມ່ນຄວາມຈິງທີ່ພວກເຮົາຕ້ອງຮຽນຮູ້ແລະຍອມຮັບເຖິງແມ່ນວ່າມັນບໍ່ງາມ-ປະເທດຂອງພວກເຮົາບໍ່ມີເອກະລາດແລະຄົນລາວບໍ່ໄດ້ປົກຄອງປະເທດລາວ ພັກລັດຍອມຮັບໃຊ້ຫວຽດນາມເພື່ອຜົນປະໂຫຍດກະເປົາເງິນຂອງມັນ-ຄົນລາວຕ້ອງຕື່ນຕົວ ແລະປຸກຄົນອື່ນຕໍ່-ພວກເຮົາເປັນຄົນ ບໍ່ແມ່ນຄວາຍ ບໍ່ແມ່ນແກວ

Gepostet von Souvanna Banlang am Mittwoch, 6. November 2019