“ໄກສອນແມ່ນແກວແດງ100%“-ການເປີດເຜີຍຄວາມຈິງໃນຄຣີບນີ້ ແມ່ນສຽງຂອງອະດີດ ພ.ອ ກົມຈິຕະວິທະຍາແຫ່ງພຮະຮາຊອານາຈັກລາວກ່າວເນື່ອງໃນວັນທີ2ທັນວາ ວັນມະຫາອຸບາດ”

໑.ໄກສອນແມ່ນແກວແດງ ໑໐໐% , ການເປີດເຜີຍຄວາມຈິງໃນຄຣີບນີ້ ແມ່ນສຽງຂອງອະດີດ ພ.ອ ພິເສດ

ກົມຈິຕະວິທະຍາຂອງກອງທັບແຫ່ງພຮະຮາຊອານາຈັກລາວກ່າວເນື່ອງໃນວັນທີ2ທັນວາ ວັນມະຫາອຸບາດ”

໒.ແລະຂໍ້ມູນຈາກທ່ານຫຼາຍ ດາວເຮືອງ ທີເປັນຄົນທ້ອງຖີ່ນສວັນນະເຂດ ໄດ້ນຳຄວາມຈີງດັ່ງນີ້:

https://m.facebook.com/story.php?story_fbid=1386276725038797&id=100009694475478

ໄກສອນ ບໍ່ແມ່ນລູກປະສົມ ລາວ-ວຽຕແຕ່ປະການໃດ.

ພໍ່ແມ່ຂອງໄກສອນເປັນຄົນວຽຕນາມ.ພໍ່ຊື່ Nguyen Doc Loanເປັນນາຍຄຣູ, ແມ່ຊື່ Nguyen Thi Tho. ໄກສອນມີຊື່ຈິງວ່າ Nguyen Vai Doc ເກີດທີ່ຮາໂນ໋ຍ, ພໍ່ແມ່ປະຮ້າງກັນເມື່ອໄກສອນມີອາຍຸ ໐໒ປີ

ກວ່າ. ເມື່ອທາງຣາຊການຝຣັ່ງເສສ ມີຄໍາສັ່ງ ໃຫ້ຫງ້ຽນດອ໋ກລວນຜູ້ເປັນພໍ່ ໄປເປັນຄຣູ ສອນພາສາຝຣັ່ງເສສໃຫ້ແກ່ນັກຮຽນລາວ ທີ່ເມືອງສວັນນະເຂຕ(ລາວ ແລະແກວ ເປັນຫົວເມືອງຂຶ້ນຂອງຝຣັ່ງ) ຈຶ່ງໄດ້ເອົາ ຫງ້ຽນໄວດອ໋ກຜູ້ເປັນລູກ ທີ່ມີອາຍຸ໐໔ປີປາຍຕິດຕາມໄປນໍາ. ຕໍ່ມາກໍໄດ້ແຕ່ງງານກັບນາງດົກ, ທັງສອງຜົວເມັຍ ຈຶ່ງຕັ້ງຊື່ໃໝ່ໃຫ້ລູກຂອງຕົນວ່າ ທ້າວໄກສອນ. ໄກສອນເລີ້ມຮຽນພາສາລາວ ແຕ່ ປ໑,ປ໒ ແລະປ໓. ຮຽນພາສາຝຣັ່ງ ແຕ່ປ໔,ປ໕ ແລະປ໖ .ເມື່ອຈົບປະຖົມ ພໍ່ຈຶ່ງໄດ້ສົ່ງລູກຊາຍຕົນ ໄປຮຽນຕໍ່ມັທຍົມທີ່ຮາໂນ໋ຍ ຊຶ່ງເປັນເມືອງຂອງພໍ່ແມ່. ຢູ່ທີ່ນັ້ນ ໄກສອນຍັງມີແມ່ຄີງ ແລະຍາຕິພີ່ນ້ອງອີກ ໄກສອນຈຶ່ງມີນິສັຍແກວຕິດຕົວມາແຕ່ເກີດ, ໄກສອນປາກເວົ້າພາສາລາວໄດ້ ແຕ່ບໍ່ຮູ້ຄໍາສັພເລິກເຊິ່ງ. ໄກສອນ ພຣົມວິຫານ ບໍ່ສາມາດຂຽນປຶ້ມໃຫ້ເປັນຕາອ່ານໄດ້. ແຕ່ທີ່ເຫັນມີປຶ້ມຕ່າງໆກ່ຽວກັບການປະຕິວັດຂອງໄກສອນນັ້ນ ແມ່ນນັກການເມືອງຄົນແກວຊື່ Nguyen Chong Vinh ຫົວໜ້າ PC/38 ເປັນຄົນຂຽນ, ແລ້ວໃສ່ຊື່ໄກສອນ ເປັນຄົນແຕ່ງຄົນຂຽນ ເພື່ອຍົກຍ້ອງໄກສອນວ່າ ເປັນນັກປະຕິວັດຄົນເກັ່ງ ແລະທີ່ສໍາຄັນ ແມ່ນແນໃສ່ ເພື່ອປົກປິດແຜນການສົກກະປົກຂອງແກວທີ່ມີຕໍ່ ຣາຊອານາຈັກລາວ. ເຊັ່ນໜັງສື: ໒໐ປີແຫ່ງການຕໍ່ຕ້ານ,໑໐ປີສ້າງພັກ,໑/໔ສະຕະວັດແຫ່ງການປະຕິວັດລາວ,ວ່າດ້ວຍສົງຄາມປະຊາຊົນ,ບາດລ້ຽວປວັຕຕິສາຕລາວຫລັງສັນຍາວຽງຈັນ ໒໑ ກຸມພາ໑໙໗໓ ເປັນຕົ້ນ. ດັ່ງໃນປຶ້ມສະດຸດີຄຸນຄວາມເກັ່ງຂອງໄກສອນ ຂຽນໄວ້ວ່າ: ໄກສອນເປັນຜູ້ສ້າງຕັ້ງ ຂບວນການລາວອິສຣະຄັ້ງວັນທີ ໑໒ ຕຸລາ ໑໙໔໕ ທີ່ນະຄອນວຽງຈັນ. ເມື່ອໄດ້ສຶກສາຄົ້ນຄວ້າຊີວິດສ່ວນຕົວໄກສອນແລ້ວ ຈຶ່ງເຂົ້າໃຈວ່າ ມັນຜິດຈາກຄວາມເປັນຈິງກັນຢ່າງແຮງ. ວັນທີ່ເຈົ້າເພັຊຣາຊປະກາດສ້າງຕັ້ງ ຂບວນການລາວອິສຣະຄັ້ງວັນທີ ໑໒ ຕຸລາ ໑໙໔໕ນັ້ນ ໄກສອນມີອາຍຸ ໒໔ປີ(ເກີດ ໑໓/໑໒/໑໙໒໐ )ຍັງເປັນນັກຮຽນຢູ່ຮາໂນ໋ຍພຸ້ນ,ກໍາລັງພົວພັນກັບຂບວນການວຽຕມິນໄຕ້ດິນ.

ເພັງບໍ່ຍອມຮັບ