“ເອກອັຄຣາຊທູດອີຍູປະຈຳສປປລາວ ທ່ານຝຣັ່ງຊົວ ປຣະວົງວຽງຄຳ ໃຫ້ສຳພາດ ແລະຕອບຄຳຖາມຂອງວິທະຍຸເອເຊັຍເສຣີທາງອີແມວ “-ຂໍ້ມູນຈາກວິທະຍຸເອເຊັຍເສຣີ-RFA:

ສະຫະພາບຢູໂຣບຍົກບັນຫາ ສິດທິມະນຸດຢູ່ລາວ
( ຈາກອະວາຣີ -ວິທະຍຸເອເຊັຍເສຣີ )

ສະຫະພາບຢູໂຣບ ໄດ້ຍົກບັນຫາ ການຣະເມີດ ສິດທິມະນຸດ ຢູ່ລາວ ເປັນຕົ້ນ ການຈັບ ແລະ ກັກຂັງ ຜູ້ຕຳນິ ຣັຖບານ ເປັນເວລາດົນນານ ຂຶ້ນມາຫາລື ກັບ ຣັຖບານລາວ.

ສະຫະພາບຢູໂຣບ ໄດ້ຍົກບັນຫາ ການລ່ວງຣະເມີດ ສິດທິມະນຸດ ຢູ່ລາວ ເປັນຕົ້ນການຈັບ ແລະກັກຂັງ ຜູ້ຕຳນິຕິຕຽນຣັຖບານ ຂຶ້ນມາຫາລື ກັບຣັຖບານລາວ ເປັນປະຈຳ, ຕາມທີ່ຫ້ອງການກິຈການ ຕ່າງປະເທດ ຂອງ ສະຫະພາບຢູໂຣບ ທີ່ໄດ້ຕອບຄຳຖາມ ຂອງນັກຂ່າວ ວິທຍຸເອເຊັຽເສຣີ ທາງອີແມລ ເມື່ອວັນ ທີ່ 23 ເດືອນ ມິຖຸນາ ປີ 2021 ນີ້.

ຕໍ່ຄຳຖາມທີ່ວ່າ ເອກອັຄຣັຖທູດ ສະຫະພາບຢູໂຣບ ປະຈຳລາວ ເຄີຍຖາມຄະນະຜູ້ນຳລາວບໍ່ວ່າ ເປັນຫຍັງ ນາງໝວຍ ຫລື ນາງ ຮວຍເຮືອງ ໄຊຍະບຸລີ ຈຶ່ງຖືກຈັບ ແລະ ສະຫະພາບ ຢູໂຣບ ໄດ້ຮຽກຮ້ອງໃຫ້ ທາງການລາວປ່ອຍຕົວ ນາງໝວຍ ແນວໃດ?

ສະຫະພາບຢຸໂຣບ ປະຈຳລາວ ຕອບວ່າ ກ່ຽວກັບ ກໍຣະນີທີ່ໜ້າເປັນຫ່ວງນີ້, ທາງສະຫະພາບຢູໂຣບ ກໍໄດ້ຍົກຂຶ້ນຫາລືກັບຝ່າຍ ລາວໃນຫຼາຍໂອກາດ ແລະ ໃນຫຼາຍຮູບແບບ. ສະຫະພາບຢູໂຣບສນັບສນູນ ແລະສົ່ງເສີມໃຫ້ມີສິດເສຣີພາບ ໃນການປາກເວົ້າ ອອກຂ່າວຕລອດມາ. ສະຫະພາບຢູໂຣບ ຊຸກຍູ້ໃຫ້ ສປປລາວ ປະຕິບັດຕາມ ຄຳໝັ້ນສັນຍາ ສົນທິສັນຍາ ແລະ ກົດໝາຍສິດທິ ມະນຸດທຸກຢ່າງ ໂດຍສະເພາະໃຫ້ປະຕິບັດ ຕາມຂໍ້ສເນີຂອງ ສະພາສິດທິມະນຸດ ສະຫະປະຊາຊາດ.

ຕໍ່ຄຳຖາມທີ່ວ່າ ໃນກໍຣະນີຄົນງານລາວ ສາມຄົນ ທີ່ຖືກຕັດສິນຈຳຄຸກ ເປັນເວລາກວ່າສິບປີ ຍ້ອນຕຳນິຕິຕຽນ ຣັຖບານລາວ ນັ້ນ, ທາງສະຫະພາບຢູໂຣບ ໄດ້ຕິດຕາມບໍ່ ແລະໄດ້ຮຽກຮ້ອງ ໃຫ້ທາງການລາວປ່ອຍໂຕ ພວກເຂົາເຈົ້າບໍ່?

ສະຫະພາບຢຸໂຣບ ປະຈຳລາວ ຕອບວ່າ ສະຫະພາບຢູໂຣບ ກໍໄດ້ຕິດຕາມ ກໍຣະນີ ທັງສາມ ຄົນຢ່າງໃກ້ຊິດ ແລະກໍໄດ້ຍົກຂຶ້ນມາ ຖາມທາງການລາວຫຼາຍໆຄັ້ງ. ກ່ຽວກັບເຣື່ອງນີ້, ສະຫະພາບຢູໂຣບ ເຊື່ອໝັ້ນວ່າ ການຈຳກັດສິດເສຣີພາບ ໃນການປາກເວົ້າ ອອກ ຂ່າວ ແລະການໂຮມຊຸມນຸມ ຕ້ອງໃຫ້ຖືກຕ້ອງສອດຄ່ອງ ກັບສົນທິສັນຍາ ສາກົນວ່າດ້ວຍສິດທິ ພົລເຮືອນ ແລະ ສິດທິການເມືອງ ທີ່ ສປປລາວ ກໍເປັນພາຄີຢູ່ແລ້ວ.

ຕໍ່ຄຳຖາມທີ່ວ່າຕົວແທນ ສະຫະພາບຢູໂຣບປະຈຳລາວ ໄດ້ຊຸກຍູ້ສົ່ງເສີມ ໃຫ້ຣັຖບານລາວປັບປຸງ ການປົກຄອງໃຫ້ດີຂຶ້ນແນວໃດ?

ສະຫະພາບຢຸໂຣບ ປະຈຳລາວ ຕອບວ່າ ສະຫະພາບຢູໂຣບ ພ້ອມກັບເຢັຽຣະມັນ ແລະ ສວິສເຊີແລັນ ໄດ້ຊຸກຍູ້ສົ່ງເສີມ ຣັຖບານ ລາວ ແລະ ອົງການຈັດຕັ້ງສັງຄົມ ໃນລາວ ໃຫ້ປັບປຸງ ການປະຕິບັດ ຕາມກົດໝາຍ ໃຫ້ມີປະສິດທິພາບສູງຂຶ້ນ ເປັນປະຈຳ ໃນ ທຸກໆກອງປະຊຸມ ເຈຣະຈາ ແລະ ປຶກສາຫາລືກັນ.

ນອກຈາກນີ້ ນັກຂ່າວວິທຍຸເອເຊັຍເສຣີ ຍັງຖາມວ່າ ເອກອັຄຣັຖທູດ ສະຫະພາບຢູໂຣບ ປະຈຳລາວ ມີຄວາມເປັນຫ່ວງບໍ່ວ່າ ໃນ ເວລາໂຄວິດ-19 ກຳລັງຣະບາດນີ້ ການນັບຖືສິດທິ ມະນຸດໃນລາວ ຈະຫລຸດໜ້ອຍຖອຍລົງ?

ສະຫະພາບຢຸໂຣບ ປະຈຳລາວ ຕອບວ່າ ໃນວັນສິດທິມະນຸດ ສາກົນ ເມື່ອວັນທີ່ 8 ເດືອນ ທັນວາ ປີ 2020 ທີ່ຜ່ານມາ, ພວກເຮົາ ສະຫະພາບຢູໂຣບ ຣັຖບານລາວ ແລະ ສະຫະປະຊາຊາດ ກໍໄດ້ປະຊຸມຫາລືກັນ ກ່ຽວກັບ ການຮ່ວມມືກັນ ໃນການປ້ອງກັນ ການຣະບາດຂອງ ໂຄວິດ-19.

ບໍ່ເທົ່ານັ້ນ ສະຫະພາບຢູໂຣບ ຍັງໄດ້ຈັດກອງປະຊຸມ ວ່າດ້ວຍສິດທິມະນຸດ ກັບ ສປປລາວ ເມື່ອວັນທີ່ 16 ມິຖຸນາ 2021 ນີ້ ແລະ ກໍໄດ້ຫາລືກັນ ກ່ຽວກັບບັນຫາການຣະຍາດ ຂອງ ພຍາດດັ່ງກ່າວ ໄດ້ບັນທອນ ຫລື ສົ່ງຜົນກະທົບຕໍ່ການນັບຖື ສິດທິມະນຸດຢູ່ລາວ ແນວໃດ; ນອກນັ້ນ ກໍຍັງໄດ້ເນັ້ນເຖິງ ການປັບປຸງຣະບົບ ການຮັກສາສຸຂພາບຢູ່ລາວໃຫ້ເຂັ້ມແຂງຂຶ້ນ ເປີດໂອກາດ ໃຫ້ທຸກຄົນມີ ສິດໄດ້ຮັບການຮັກສາ ສຸຂພາບຢ່າງທົ່ວເຖິງ ຫລຸດຜ່ອນຜົນກະທົບຕໍ່ເສຖກິດ ແລະຊີວິດການເປັນຢູ່ ຂອງປະຊາຊົນ ສົ່ງເສີມໃຫ້ມີ ການນັບຖື ສິດທິມະນຸດ ໂດຍສະເພາະ ສິດສເມີພາບ ໂດຍປາສຈາກ ການຈຳແນກທຸກປະການ. ສະຫະພາບຢູໂຣບ ຍັງສນັບສນູນ ອົງການຈັດຕັ້ງ ທາງສັງຄົມ ແລະ ພົລເຮືອນໃນລາວ ໃຫ້ເຂັ້ມແຂງ ໃນຍາມ ວິກິຕການ ອັນຮ້າຍແຮງນີ້.

ຕໍ່ຄຳຖາມທີ່ວ່າ ສະຫະພາບຢູໂຣບ ຈະສືບຕໍ່ຕິດຕາມ ສະພາບການສັກວັກຊິນປ້ອງກັນໂຄ ວິດ-19 ຢູ່ລາວແນວໃດ ໄດ້ຕິດຕາມບໍ່ ວ່າຈະມີການສັກວັກຊິນ ຢ່າງທົ່ວເຖິງສເມີພາບ ແລະ ກໍບໍ່ໄດ້ສັກພຽງແຕ່ບາງກຸ່ມຄົນ ເທົ່ານັ້ນ?

ສະຫະພາບຢຸໂຣບ ປະຈຳລາວ ອະທິບາຍວ່າຜ່ານມາ ສະຫະພາບຢູໂຣບ ກໍໄດ້ສົມທົບເງິນເຖິງ 2.5 ຕື້ ຢູໂຣ ຫລືເກືອບສາມຕື້ ໂດລາສະຫະຣັຖ ເຂົ້າໃນໂຄງການໂຄແວັກສ໌ ຊຶ່ງເປັນການຈັດຕັ້ງສາກົນ ເພື່ອແຈກຢາຍວັກຊິນ ໃຫ້ຫລາຍປະເທດໃນໂລກ. ຜ່ານມາ ປະເທດລາວ ກໍໄດ້ຮັບການຊ່ວຍເຫລືອ ວັກຊີນ ຊນິດ Astra Zeneca ຈາກການຈັດຕັ້ງ ດັ່ງກ່າວແລ້ວ 132,000 ໂດສ໌ ເມື່ອ ເດືອນມິນາ ແລະ ກໍໄດ້ຮັບວັກຊິນຊນິດ ໄຟເຊີ ຈຳນວນ 100,620 ໂດສ໌ ໃນວັນທີ 2 ມິຖຸນາ ນີ້ຈາກໂຄແວັກສ໌ ເຊັ່ນກັນ; ແລະ ປະເທດລາວ ກໍຈະໄດ້ຮັບວັກຊິນຊນິດ Astra Zeneca ຕື່ມອີກ ຈຳນວນ 132,000 ໂດສ໌ ໃນເດືອນ ກໍຣະກະດາ ຈະມາເຖິງ.

ເມື່ອວັນທີ 16 ເດືອນ ມິຖຸນາ ປີ 2021 ນີ້, ກອງປະຊຸມວ່າດ້ວຍສິດທິມະນຸດ ຣະຫວ່າງລາວ ແລະສະຫະພາບຢູໂຣບ ຖືກຈັດຂຶ້ນ ແບບທາງໄກ ແລະ ຕົກລັງກັນວ່າ ສະຫະພາບຢູໂຣບ ຈະຊ່ວຍລາວ ຄວບຄຸມການຣະບາດ ຂອງໂຄວິດ-19. ນອກຈາກນີ້ ສະຫະພາບຢູໂຣບ ຍັງຍົກບັນຫາ ຊາວລາວຫາຍສາບສູນ ຫຼາຍຄົນ ຂຶ້ນມາຖາມເຈົ້າໜ້າທີ່ລາວ ແລະຮຽກຮ້ອງ ໃຫ້ ສປປລາວ ໃຫ້ສັຕຍາບັນ ແກ່ສົນທິສັນຍາ ວ່າດ້ວຍການປົກປ້ອງບຸກຄົນ ຈາກ ການຫາຍສາບສູນນັ້ນນຳ.

ສ່ວນຄະນະຜູ້ແທນລາວ ຊຶ່ງນຳໂດຍ ທ່ານ ດວງມະນີ ຍອດສີອຸດົມ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ທີ່ຂຶ້ນກັບກະຊວງການ ຕ່າງປະເທດລາວ ກໍໄດ້ຣາຍງານຕໍ່ກອງປະຊຸມ ກ່ຽວກັບຄວາມກ້າວໜ້າ ໃນລາວ ໃນດ້ານສິດເສຣີພາບ ໃນການປາກເວົ້າ ອອກຂ່າວ ເຂົ້າຮ່ວມສະມາຄົມ ອົງການ ແລະ ສິດເສຣີພາບໃນການໂຮມຊຸມນຸມ.

ສ່ວນຝ່າຍສະຫະພາບຢູໂຣບ ກໍໄດ້ຮຽກຮ້ອງໃຫ້ ທາງການລາວ ປະຕິບັດຕາມຄຳໝັ້ນສັນຍາທີ່ລາວ ໄດ້ໃຫ້ໄວ້ກັບສະຫະປະຊາຊາດ ວ່າ; ຈະນັບຖື ແລະ ປັບປຸງການນັບຖື ສິດທິມະນຸດ ໃຫ້ດີຂຶ້ນ.

ກ່ຽວກັບການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັ້ນ, ຍານາງ ອຶງ ຊຸຍເມັງ ພັລຍາຂອງ ທ່ານ ສົມບັດ ສົມພອນ ກໍໄດ້ ຂຽນ ແລະກ່າວຄຳເຫັນ ຕໍ່ກອງປະຊຸມສິດທິມະນຸດ ຣະຫວ່າງ ລາວ ແລະ ສະຫະພາບຢູໂຣບ ເທື່ອນີ້ວ່າ ຕາມທີ່ເຫັນ ໃນກ້ອງວົງ ຈອນປິດ ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ແລະ ຫາຍສາບສູນໄປ ເປັນເວລາ 9 ປີ ແລ້ວ ແຕ່ຣັຖບານ ລາວ ຍັງປະຕິເສດຢູ່ ຍັງວ່າບໍ່ຮູ້ບໍ່ເຫັນ ບໍ່ຮູ້ວ່າແມ່ນຫຍັງເກີດຂຶ້ນ ກັບ ທ່ານ ສົມບັດ ສົມພອນ. ພ້ອມດຽວກັນນັ້ນ ຣັຖບານລາວ ກໍຍັງບໍ່ຍອມຮັບ ການຊ່ອຍ ເຫລືອ ຈາກຕ່າງປະເທດ ໃນການສືບຫາ ທ່ານ ສົມບັດ ສົມພອນ.

1.Mr.François Pravongviengkham -Le représentant de UE à spplao