ພາກ໑
ພາກ໒
ພາກ໓
http://radio-cerla.laoss.net/wp-content/uploads/2016/05/Thongsouk-S.Format-Book1.pdf
ຄຣີບວິເດໂອອະນຸສອນສຖານຫຸ່ນຜີ“ໂຮຈິມີນ“ນັກຄາຕກອນມະນຸດຊາດ ຜູ້ລຸກລານປະເທດລາວ ທີ່ບ້ານຊຽງຫວາງ ແຂວງຄຳມ່ວນ ສປປລາວ:
https://www.facebook.com/sisomdeth.syhanath/posts/10211934412419258
ຄວາມຫມາຍຂອງທຸງຊາຕລາວ:
ທຸງຊາຕລາວ ທີຂຽນຈາກພຍາ ບໍຣິຫານສຶກສາ ບົງ ສຸວັນນະວົງ ປະທານ
ສະພາຮ່າງຮັຖທັມມະນູນ ໑໑ ພຶສພາ ໑໙໔໗:
ກ- ຊ້າງເຜືອກ -ຕາມຄວາມຝັນນາງມະຫາມາຍາ ມານດາພຣະພຸທເຈົ້າ,ຊ້າງ
ເຜືອກມາແຕ່ພູເຂົາຄຳ(ຕາເວັນ)ເຂົ້າທ້ອງຂ້າງຂວາ,ເກີດມາເປັນ“ທ້າວສີທາດ“
ບາດແລ້ວຕັສຮູ້ ເປັນ ພຣະພຸທເຈົ້າ.
ຊາວອີນດູຖືເອົາຊ້າງ ເປັນເຄື່ອງຫມາຍ ຜູ້ສລາດຮູ້ຈາກການປະຕິບັດສີນທັມຢ່າງ
ຖືກຕ້ອງຄົບຖ້ວນເປັນປົກກະຕິ.
ຕາມພົງສາວະດານລາວ,ປະເທດໃດທີ່ລາວຢູ່ ເອີ້ນວ່າ “ປະເທດລານຊ້າງ“ເຊັ່ນ
ປະເທດລານຊ້າງຫລວງພຣະບາງ,ປະເທດລານຊ້າງວຽງຈັນ,ປະເທດລານຊ້າງ
ຊຽງໃຫມ່…
ຂ-ສາມຫົວ ຂອງຊ້າງໂຕດຽວ-ຫມາຍເຖິງ ໑)ພຸດໂທ -໒)ທັມໂມ -໓)ສັງໂຄ,ມີຈິດ
ໃຈດຽວຢູ່ໃນພຸທສາສນາ.
-ແທ່ນ ໕ພັກ-ຫມາຍເຖິງສີນຫ້າ,ເປັນພື້ນຖານ.
ເສຕສັດ ໗ຊັ້ນ-ຫມາຍເຖິງ ພຣະປະມຸກ ຊົງປົກຄອງ ໂດຍແມ່ນຄນະບໍຣິຫານເປັນຜູ້ຕາງ,
ຕາມລັດທິພຸທສາສນາ ອົນມີສີນຫ້າ ເປັນພື້ນຖານ,ຊົງໃຫ້ຄວາມຮົ່ມເຍັນເປັນສຸກ ແກ່ປະຊາ
ຊົນພົລເມືອງຕລອດ ໗ມື້ ໃນສັປດານື່ງໆ.
ຄ-ພື້ນສີແດງ-ຫມາຍເຖີງ ຄວາມສາມັກຄີທັມ ເດັດດ່ຽວ.
ເພັງຊາດລາວ – l’hymne nationale du Laos – National Anthem of Laos
ເພັງຊາຕລາວ
ເນື້ອຮ້ອງ:ທ່ານມະຫາ ພູມີ ຈິຕພົງ
ທຳນອງ:ທ່ານ ທອງດີ ສຸນທອນວິຈິດ
ຊາຕລາວ ຕັ້ງແຕ່ເດີມມາ
ຂຶ້ນຊື່ລືຊາ ຢູ່ໃນອາຊີ
ຊາວລາວ ຜຸກພັນໄມຕຣີ
ຮ່ວມສາມັກຄີ ຮັກຮໍ່ໂຮມກັນ
ຮັກຊາຕ ຮັກປະເທດເຮົາ
ຮັກເຈົ້າ ປົກເກດເກສາ
ໂຮມຮັກ ຮ່ວມສາສນາ
ແຕ່ບູຮານມາ ຮັກສາດີນແດນ
ບໍ່ໃຫ້ ຊາຕໃດມາລວນ
ຮາວີລົບກວນ ຍາດແຍ່ງຊິງເອົາ
ໃຜຂືນເຂົ້າ ມາລູ່ວຸ້ນວາຍ
ສູ້ຈົນຕົວຕາຍ ຕ້ານທານສັຕຣູ
ຊ່ວຍເຊີດຊູ ເລືອດເນື້ອເຊື້ອເຜົ່າ
ຟື້ນຟູກູ້ເອົາ ບັນເທົາທຸກກັນ.